ນະໂຍບາຍການບໍລິການ
1. ການສັ່ງຊື້
ທ່ານສັ່ງຊື້ຜ່ານເວັບໄຊ ຫຼື ໂທ +856 20 9591 9293. ຫຼັງຮັບອໍເດີ ພວກເຮົາຈະໂທຢືນຢັນສິນຄ້າ, ທີ່ຢູ່ ແລະ ເວລາຈັດສົ່ງ ກ່ອນອອກຈາກສາງ.
2. ລາຄາ ແລະ ລາຄາຂາຍສົ່ງ
ລາຄາໃນເວັບໄຊແມ່ນລາຄາຂາຍຍ່ອຍ. ຕົວແທນຈຳໜ່າຍ, ໂຮງແຮມ, ໂຄງການ ແລະ ຜູ້ຈັດງານ ກະລຸນາສົ່ງຄຳຂໍຢູ່ໜ້າ ຂໍລາຄາສົ່ງ / ໂຄງການ ເພື່ອຮັບລາຄາພິເສດ.
3. ການຈັດສົ່ງ ແລະ ຕິດຕັ້ງ
ໃນຕົວເມືອງວຽງຈັນ ຈັດສົ່ງພາຍໃນມື້ ຫຼື ຕາມນັດໝາຍ. ຕ່າງແຂວງຈັດສົ່ງຕາມສາຍລົດຂອງບໍລິສັດ, ເວລາ ແລະ ຄ່າໃຊ້ຈ່າຍຈະແຈ້ງຕອນຢືນຢັນອໍເດີ. ສິນຄ້າຂະໜາດໃຫຍ່ມີບໍລິການຕິດຕັ້ງເຖິງເຮືອນ.
4. ການຊຳລະເງິນ
ເງິນສົດເມື່ອຮັບເຄື່ອງ, ໂອນຜ່ານທະນາຄານ ຫຼື ສະແກນ QR. ອໍເດີຈຳນວນຫຼາຍສາມາດວາງມັດຈຳລ່ວງໜ້າຕາມທີ່ຕົກລົງ.
5. ການປ່ຽນຄືນ ແລະ ການຮັບປະກັນ
ສິນຄ້າບໍ່ຖືກຕາມລາຍລະອຽດ, ສົ່ງຜິດ ຫຼື ເສຍຫາຍລະຫວ່າງຂົນສົ່ງ: ແຈ້ງພາຍໃນ 24 ຊົ່ວໂມງພ້ອມຮູບ, ພວກເຮົາຈະປ່ຽນໃໝ່ ຫຼື ຄືນເງິນ. ເສື່ອນອນ ແລະ ເຄື່ອງເຮືອນ ຮັບປະກັນຕາມໄລຍະທີ່ລະບຸໃນແຕ່ລະສິນຄ້າ.
6. ຕິດຕໍ່
ທຸກຂໍ້ສົງໄສ ກະລຸນາໂທ +856 20 9591 9293 ໃນເວລາເປີດ (8:00 – 17:30 ເປີດທຸກມື້) ຫຼື ອີເມວ mkt@sengvilay.com.